ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດຕ້ອນຮັບເອກອັກຄະລາດຖະທູດ
ແຫ່ງ ສະຫະລັດອາເມຣິກາ ປະຈໍາ ສປປລາວ ຄົນໃໝ່


    ໃນວັນທີ 25 ມີນາ 2024 ນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ
ແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່າ ນັບຂອງ ທ່ານ ນາງ ຮີດເທີ້ ໂຣດຈ໌ ວາເລຍວ້າ ເນື່ອງໃນໂອກາດມາດຳລົງຕໍາແໜ່ງເປັນ
ເອກອັກຄະລາດຖະທູດ ແຫ່ງ ສະຫະລັດອາເມຣິກາ ປະຈໍາ ສປປ ລາວ ຄົນໃໝ່.

     ໂອກາດນີ້, ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ທ່ານ ເອກອັກຄະລາດ
ຖະທູດ ແຫ່ງ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ ຄົນໃໝ່, ເຊິ່ງການມາປະຕິບັດໜ້າທີ່ການທູດໃນຄັ້ງນີ້ເປັນບາດກ້າວໜຶ່ງ ຂອງການຮ່ວມ
ມືຂອງສອງປະ ເທດ ລາວ-ອາເມຣິກາ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍການຮ່ວມມື ຂອງສອງປະເທດ ໃຫ້ນັບ
ມື້ນັບຂະຫຍາຍຕົວ, ແຕກດອກອອກຜົນຍິ່ງໆຂຶ້ນ. ສອງຝ່າຍໄດ້ປຶກສາຫາລື ຕໍ່ການພົວພັນຮ່ວມມືວຽກງານຕ່າງໆ, ສືບຕໍ່ໃນການສະໜັບສະໜູນ
ໂດຍເນັ້ນໃສ່ສະໜັບສະໜູນລັດຖະບານລາວ ໃນການຟື້ນຟູເສດຖະກິດໃຫ້ມີການເຕີບໂຕຢ່າງຕໍ່ເນື່ອງ, ສຸມໃສ່ປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນ
ວຽກງານສົ່ງເສີມ ແລະ ຊຸກຍູ້ການພົວພັນຮ່ວມມືໃນຫຼາຍໆດ້ານລະຫວ່າງ ສປປ ລາວ ແລະ ສະຫະລັດອາເມຣິກາ, ເປັນຕົ້ນການປະສານງານ
ໃນການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສອງຝ່າຍ ໃນຂອບວຽກງານປາບປາມຢາເສບຕິດ ແລະ ການບັງຄັບໃຊ້ກົດໝາຍ, ວຽກງານເກັບ
ກູ້ລະເບີດບໍ່ທັນແຕກ (UXO), ຊ່ວຍເຫຼືອຜູ້ພິການຈາກລະເບີດບໍ່ທັນແຕກ ແລະ ພິການຈາກອຸບັດເຫດອື່ນໆ, ການເກັບກູອັດຖິຂອງທະຫານ
ອາເມຣິກາ ໃນປາງສົງຄາມ, ການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ; ຊຸກຍູ້, ສົ່ງເສີມດ້ານການສຶກສາ, ສາທາລະນະສຸກ, ໂພຊະນາ
ການ, ວັດທະນະທໍາ, ພ້ອມ ທັງຊ່ວຍເຫຼືອປົກປ້ອງສິດທິມະນຸດ ແລະ ວຽກກຽມພ້ອມຕອບໂຕໄພພິບັດທາງທຳມະຊາດ ແລະ ອື່ນໆ.

     ໂອກາດດັ່ງກ່າວ, ທ່ານ ເອກອັກຄະລາດຖະທູດ ແຫ່ງ ສະຫະລັດອາເມຣິກາ ປະຈໍາ ສປປ ລາວ ຄົນໃໝ່ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ
ລາດຖະມົນຕີກະຊວງປ້ອງກັນປະເທດ ທີ່ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ ພ້ອມທັງຢືນຢັນວ່າຈະສືບຕໍ່ສະໜັບສະໜູນ, ປະຕິບັດໜ້າທີ່ການທູດຢູ່
ສປປ ລາວ ໃຫ້ ກວ້າງຂວາງ ແລະ ຈະສຸມທຸກຄວາມພະຍາຍາມທາງດ້ານເຫື່ອແຮງ ແລະ ສະຕິປັນຍາຂອງຕົນປະກອບ ສ່ວນເຂົ້າໃນການເສີມ
ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ ນັບມື້ໄດ້ຮັບການພັດທະນາຂຶ້ນ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 26/03/2024